ໂປຣແກມຮຽນກຽມ IELTS

- ສອນແບບຕົວຕໍ່ຕົວ
- ຮຽນເສົາອາທິດ/ພາກແລງ: 4 ອາທິດ, 8 ອາທິດ ແລະ 12 ອາທິດ
- ສຳລັບນັກສຶກສາທີ່ມີອາຍຸ 16 ປີຂື້ນໄປ
- ໂປຣແກມຮຽນ IELTS ແມ່ນຊ່ວຍໃຫ້ນັກຮຽນສາມາດບັນລຸຄະແນນທີ່ຕົນຕ້ອງການເພື່ອໃຫ້ສາມາດເຂົ້າຮຽນມະຫາວິທະຍາໄລໃນຕ່າງປະເທດເຊັ່ນ: ອົດສຕຣາລີ, ອັງກິດ ແລະ ສະຫະລັດອາເມຣິກາ; ໃຊ້ເພື່ອກະກຽມການສຳພາດເພື່ອຂໍໍສັນຊາດ ແລະ ວີຊາຄົນເຂົ້້າເມືອງຕ່າງໆ
- ການສອບເສັງ IELTS ແມ່ນເປັນລະບົບມາດຕະຖານໃນການວັດແທກຄວາມສາມາດໃນການໃຊ້ພາສາອັງກິດທີ່ໄດ້ຖືກຍອມຮັບໃນທົ່ວໂລກໂດຍບັນດາມະຫາວິທະຍາໄລ, ລັດຖະບານ ແລະ ສະຖາບັນໃຫ້ການຮັບຮອງຕ່າງໆ
- ອາຈານຜູ້ທີ່ມີປະສົບການທີ່ຮຽນຈົບປະລິນຍາໂທຈາກປະເທດອັງກິດສາມາດຊ່ວຍທ່ານໃນການໃຫ້ຄໍາແນະນໍາ ແລະ ເຕັກນິກຕ່າງໆທີ່ເຮັດໃຫ້ທ່ານສາມາດບັນລຸຄະແນນທີ່ທ່ານຕ້ອງການ.
- ໂປຣແກມນີ້ ແມ່ນໄດ້ນໍາໃຊ້ຄູ່ມືການຮຽນ-ການສອນຂອງແທ້ຈາກມະຫາວິທະຍາໄລເຄຣມບີດ ປະເທດອັງກິດ ທີ່ນໍາໃຊ້ໃນການສອບເສັງຕົວຈິງທີ່ກວມເອົາ 4 ພາກຄື: ພາກຟັງ, ພາກອ່ານ, ພາກຂຽນ ແລະ ພາກເວົ້່າ. ການສອນຍັງແນະນໍາຄູ່ມືເພີ່ມເຕີມຈາກມະຫາວິທະຍາໄລເຄຣມບີດພ້ອມທັງແນະນໍາຍຸດທະສາດແນວທາງໃນການກະກຽມສອບເສັງໃຫ້ໄດ້ຄະແນນດີ.
-
ຕິດຕໍ່ພວກເຮົາ Additional contact details:
- ໂທ: 021-314333; 030-5366328 | ມືຖື : +856 20 54595999; +856 20 58961492
- ອີເມວ : info.jasontranslate@gmail.com
- ເວບໄຊ: ເຈສັນແປພາສາ ແລະ ບໍລິການດ້ານເອກະສານ
