
1. Professional translation (ການແປມືອາຊີບ): ພວກເຮົາມີປະສົບການໃນການແປທີ່ມີຄຸນນະພາບ, ການບໍລິການແບບມືອາຊີບຫຼາຍກ່ວາ 10 ພາສາໃນຂະແໜງການເຊັ່ນ: ກົດໝາຍ, ການເງິນ, ການລົງທຶນ, ອຸດສາຫະກໍາ, ທຸລະກິດ ແລະ ອື່ນໆ. ນອກນັ້ນ, ພວກເຮົາຍັງຮັບຈໍ້າກາຢັ້ງຢືນການແປ ຫຼື Certified Translation ສຳລັບເອກະສານສຳຄັນເຊັ່ນ: ໜັງສືການເກີດ, ໜັງສືເດີນທາງ ແລະ ໃບທະບຽນທຸລະກິດຕ່າງໆ.
2. Professional business translation (ການແປສຳລັບທຸລະກິດ): ບໍ່ວ່າທ່ານຕ້ອງການການແປເອກະສານໃນການລົງທຶນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຫຼື ບໍລິສັດຕ່າງປະເທດຕ້ອງການທີ່ຢາກຈະມາລົງທຶນໃນລາວ – ພວກເຮົາແມ່ນສາມາດຊ່ວຍທ່ານໄດ້.
Our business translation service can help take your business further, no matter the sector or target market domestically or internationally.
3. Specialized technical translators (ການແປທາງດ້ານວິຊາສະເພາະ): ການແປທາງດ້ານສັບເຕັກນິກວິຊາສະເພາະແມ່ນຈະຕ້ອງອາໄສຄວາມເຂົ້າໃຈ ແລະ ປະສົບການສູງ ໃນບັນດາຂະແໜງການເຊັ່ນ: ໄອທີ, ວິສະວະກໍາ, ພະລັງງານ, ການແພດ, ການເງິນ-ການບັນຊີ ລວມເຖິງຄູ່ມືທາງດ້ານເຕັກນິກຕ່າງໆ. ດ້ວຍປະສົບການຫຼາຍປີແມ່ນເຮັດໃຫ້ພວກເຮົາສາມາດໃຫ້ຄວາມໝັ້ນໃຈລູກຄ້າໃນລາຄາທີ່ຍ່ອມເຍົາ.

4. Proof-reading service (ການພິສູດອັກສອນ): ພວກເຮົາໃຫ້ການບໍລິການໃນການກວດອັກສອນພາຍຫຼັງການແປເພື່ອເຮັດໃຫ້ເອກະສານບໍ່ຜິດຫຼັກໄວຍະກອນ, ການໃຊ້ສຳນວນ, ຄໍາສັບ ແລະ ປະໂຫຍດຕ່າງໆກ່ອນການພິມ.
We do make sure that your documents are free of orthographic, grammatical and syntactic errors before being published online or going to press.

5. Professional translation services for legal sector (ການແປທາງດ້ານກົດໝາຍ): ການແປທາງດ້ານກົດໝາຍແມ່ນເປັນຂັ້ນຕອນທີ່ມີຄວາມລະອຽດສູງ, ເຊິ່ງການຕີຄວາມໝາຍທີ່ຜິດພາດ ອາດເຮັດໃຫ້ເກີດຄວາມເສຍຫາຍໄດ້. ດັ່ງນັ້ນ ພວກເຮົາມີຄວາມພູມໃຈທີ່ມີນັກແປມືອາຊີບທີ່ມີຄຸນນະວຸດທິ ແລະ ປະສົບການໃນການເຮັດວຽກຈາກ ສະຫະລາຊະອານາຈັກ ອັງກິດ ແລະ ປະເທດອົດສຕຣາລີ ທີ່ຊ່ວຍໃຫ້ບັນຫານີ້ສາມາດຫຼີກລ່ຽງໄດ້.
Our highly skilled professionals, most of whom have academic degrees in law and professional experiences within the legal sector from the UK and Australia, come into their own.




